-
ເຫດຜົນທີ່່ໃຊ້ບໍລິການຂອງພວກເຮົາ?
ການທີ່ມີບໍລິສັດ (ຄົນເຮັດວຽກເຮືອນ, ເອື້ອຍລ້ຽງເດັກນ້ອຍ, ແລະ ຄົນເບິ່ງແຍງຜູ້ ສູງອາຍ) ທີ່ມີຊື່ສຽງ ແລະ ໄວ້ໃຈໄດ້ເປັນສິ່ງສໍາຄັນທີ່ຊ່ວຍໃຫ້ການຫາຄົນເຮັດວຽກເຮືອນ ແລະ ຜູ້ຊ່ວຍທ່ານໄດ້ເປັນຢ່າງດີ. ແຄທູຄຣີນ-ອະຍະສັນລາວ (Care2Clean-AyasanLaos) ສ້າງຕັ້ງຂຶ້ນໃນຕົ້ນປີ 2018 ໂດຍເປັນ ສາຂາຂອງບໍລິສັດອະຍະສັນ ທີ່ເປັນບໍລິສັດ ຍີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນໃນປີ 2013 ແລະ ໃຫ້ບໍລິການລູກຄ້າບໍ່ຕໍ່າກວ່າ 3,000 ທ່ານ ແລະ ຜູ້ສະໝັກວຽກປະມານ 10,000 ຄົນ. ນອກຈາກນັ້ນ, ອະຍະສັນຍັງໃຫ້ບໍລິການແກ່ອົງການໃຫຍ່ໆ ເຊັ່ນ: ອົງການສະຫະປະຊາຊາດ, ສະຖານທູດ ແລະ ບໍລິສັດເອກະຊົນທັງໃນປະເທດໄທ, ຫວຽດນາມ ແລະ ອິນໂດເນເຊຍ ແລະ ປະຈຸບັນ ເປີດໃຫ້ບໍລິການໃນ ສປປ ລາວ.
-
ສໍາລັບຜູ້ສະໝັກວຽກ?
ແຄທູຄຣີນ-ອະຍະສັນລາວ ມີການກວດສອບປະຫວັດຂອງຜູ້ສະໝັກວຽກທຸກຄົນ ໂດຍທີ່ຜູ້ສະໝັກວຽກຕ້ອງມາດ້ວຍຕົນເອງເທົ່ານັ້ນ ບໍ່ມີການຮັບສະໝັກອອກລາຍ ທາງເຮົາຈະເກັບເອກະສານ ບໍ່ວ່າຈະເປັນສໍາເນົາບັດປະຊາຊົນ, ສໍາມະໂນຄົວ, ວີຊາ ຫຼື ໃບອະນຸຍາດເຮັດວຽກ ເພື່ອຄວາມປອດໄພຂອງ ລູກຄ້າ.
-
ສໍາລັບການກວດປະຫວັດອາຊະຍາກໍາຂອງຄົນເຮັດວຽກ
ຫາກລູກຄ້າຕ້ອງການໃຫ້ທາງເຮົາດໍາເດີນການກວດປະຫວັດຄະດີອາຊະຍາກໍາຈາກສານໃຫ້ ຈະມີຄ່າດໍາເນີນການ 250,000 ກີບຕໍ່ຄົນ
-
ສາມາດສໍາພາດໄດ້ທາງໃດແນ່?
ລູກຄ້າສາມາດສໍາພາດໄດ້ທາງ 1. ສໍາພາດຢູ່ເຮືອນ 50,000 ກີບ ຕໍ່ຄັ້ງ 2. ສໍາພາດອອນລາຍ Whatsapp/Line /Facebook 3. ສໍາພາດທີ່ຫ້ອງການຂອງພວກເຮົາ 4. ທົດລອງວຽກແມ່ນ 25,000 ກີບຕໍ່ຊົ່ວໂມງ. ໃນກໍລະນີສໍາພາດຢູ່ເຮືອນທາງເຮົາສາມາດພາຜູ້ສະໝັກວຽກໃຫ້ສໍາພາດ ໄດ້ສູງສຸດ 3 ຄົນ ແລະ ໃນກໍລະນີໃຫ້ທົດລອງວຽກແມ່ນໄດ້ສູງສຸດ 3 ວັນ.
-
ໄລຍະເວລາໃນການຈັດສໍາພາດ?
ປົກກະຕິຈະໃຊ້ເວລາປະມານ 1-3 ວັນ ຫຼັງຈາກທີ່ທາງເຮົາໄດ້ຮັບຂໍ້ມູນ/ການສະເໜີຈາກລູກຄ້າ.
-
ໄລຍະເວລາທີ່ເໝາະສົມໃນການຈັດສໍາພາດ?
ທາງເຮົາແນະນໍາໃຫ້ລູກຄ້າສໍາພາດປະມານ 7-10 ວັນ ກ່ອນວັນທີ່ຈະເລີ່ມວຽກ. ເນື່ອງຈາກ, ຜູ້ສະໝັກວຽກສ່ວນໃຫຍ່ຈະບໍ່ລໍຖ້າວຽກ ຫຼື ອາດຈະໄດ້ວຽກຈາກບ່ອນອື່ນຫາກທາງລູກຄ້າສໍາພາດລ່ວງໜ້າດົນກວ່າ 10 ວັນຂຶ້ນໄປ. ໃນນີ້, ຖ້າລູກຄ້າສາມາດຈ່າຍເງິນເດືອນໃຫ້ກັບ ຜູ້ສະໝັກວຽກໄດ້ໃນໄລຍະເວລາທີ່ລໍຖ້າເລີ່ມເຮັດວຽກ ຜູ້ສະໝັກອາດຈະບໍ່ມີບັນຫາໃນການ ລໍຖ້າ ແຕ່ທາງເຮົາບໍ່ສາມາດຮັບປະກັນໃນສ່ວນນີ້ໄດ້.
-
ການຈ່າຍເງິນເດືອນ
ການຈ່າຍເງິນເດືອນແມ່ນຄວນຈ່າຍໃນທຸກໆທ້າຍເດືອນ ຫຼື ຕົ້ນເດືອນ ແລະ ຈ່າຍເດືອນລະຄັ້ງ.
-
ເງິນໂບນັດ?
ນາຍຈ້າງສ່ວນໃຫຍ່ຈະໃຫ້ເງິນໂບນັດໃນຊ່ວງທ້າຍປີ ຫຼື ປີໃໝ່ລາວ ແຕ່ເງື່ອນໄຂແມ່ນຂຶ້ນ ກັບການຕົກລົງຂອງນາຍຈ້າງ ແລະ ຄົນເຮັດວຽກ.
-
ຄໍາຖາມໂດຍສ່ວນຫຼາຍໃນການສໍາພາດ?
ທາງເຮົາແນະນໍາໃຫ້ລູກຄ້າສອບຖາມກ່ຽວກັບປະສົບການ, ບຸກຄະລິກ, ແລະ ເຫດຜົນທີ່ອອກຈາກ ບ່ອນເຮັດວຽກເກົ່າ. ສ່ວນສໍາຄັນໃນການເລືອກຜູ້ສະໝັກວຽກໃຫ້ກົງກັບຄວາມຕ້ອງການ ຈະຂຶ້ນກັບບຸກຄະລິກລັກສະນະ ເຊິ່ງເຫັນໄດ້ຈາກສະຖິຕິວ່າ 80 ເປີເຊັນຂອງບັນຫາທີ່ ເກີດຂຶ້ນລະຫວ່າງນາຍຈ້າງ ແລະ ຄົນເຮັດວຽກ ບໍ່ແມ່ນຍ້ອນການເຮັດວຽກ ແຕ່ຍ້ອນ ບຸກຄະລິກນິໄສ.
-
ທາງເຮົາມີຮ່າງສັນຍາໃຫ້ບໍ່?
ທາງເຮົາມີຮ່າງສັນຍາເຊິ່ງເປັນສັນຍາລະຫວ່າງນາຍຈ້າງ ແລະ ລູກຈ້າງໂດຍກົງ ເຊິ່ງສາມາດດາວໂລດໄດ້ຈາກ:
-
ສໍາລັບຄ່າອາຫານ?
ສໍາລັບຄົນເຮັດວຽກຢູ່ປະຈໍາເຮືອນ ຄ່າກິນຢູ່ແມ່ນນາຍຈ້າງເປັນຜູ້ຮັບຜິດຊອບ ແຕ່ສໍາລັບຄົນເຮັດວຽກແບບໄປກັບໂດຍສ່ວນໃຫຍ່ ແມ່ນລູກຈ້າງຈະຮັບຜິດຊອບເອງ. ສະນັ້ນ, ຄ່າຈ້າງຂອງຄົນເຮັດວຽກແບບໄປກັບອາດຈະສູງກວ່າແບບປະຈໍາ.
-
ການກວດສຸຂະພາບ?
ຖ້າຫາກລູກຄ້າຕ້ອງການໃຫ້ຄົນເຮັດວຽກກວດສຸຂະພາບລູກຄ້າສາມາດແຈ້ງກັບຜູ້ກ່ຽວໄດ້ ເຊິ່ງ ຈະໃຊ້ເວລາປະມານ 1 ວັນ ແລະ ຄ່າໃຊ້ຈ່າຍປະມານ 250,000-400,000 ກີບ ໂດຍສ່ວນໃຫຍ່ລູກຄ້າ ຈະເປັນຜູ້ຮັບຜິດຊອບດ້ານຄ່າໃຊ້ຈ່າຍ.
-
ມີການຮັບປະກັນປ່ຽນຄົນໃຫ້ ຫຼື ບໍ່?
ທາງເຮົາມີການຮັບປະກັນປ່ຽນຄົນໃຫ້ໂດຍບໍ່ມີຄ່າໃຊ້ຈ່າຍໃດໆເພີ່ມເຕີມ ຈໍານວນ 3 ຄັ້ງໃນໄລຍະ 6 ເດືອນທໍາອິດຂອງສັນຍາ.
-
ຂອບເຂດຄວາມຮັບຜິດຊອບ
ທາງເຮົາບໍ່ມີຄວາມຮັບຜິດຊອບໃດໆ ຫາກເກີດບັນຫາລະຫວ່າງນາຍຈ້າງ ແລະ ລູກຈ້າງ ແຕ່ຖ້າຫາກມີບັນຫາເກີດຂຶ້ນ ທາງເຮົາຈະປ່ຽນຄົນເຮັດວຽກໃໝ່ໃຫ້ຕາມທີ່ລະບຸໄວ້ຂ້າງເທິງ. ໃນນີ້, ທ່ານ ສາມາດກວດສອບຂໍ້ຈໍາກັດຄວາມຮັບຜິດຊອບໄດ້ທີ່:
-
ເງິນເດືອນຂອງຄົນເຮັດວຽກ
ເງິນເດືອນຂອງຄົນເຮັດວຽກແມ່ນຈະຂຶ້ນກັບຄວາມສາມາດ ແລະ ລັກສະນະຂອງວຽກ ເຊິ່ງສາມາດເບິ່ງໄດ້ທີ່: Price and Process Page
-
ຄ່າລ່ວງເວລາ
ຄ່າລ່ວງເວລາສໍາລັບຄົນເຮັດວຽກແບບບໍ່ຢູ່ປະຈໍາ ຫຼື ໄປກັບ ແມ່ນ 25,000 ກີບ ຕໍ່ຊົ່ວໂມງ ແຕ່ກໍຂຶ້ນກັບການຕົກລົງຂອງນາຍຈ້າງ ແລະ ລູກຈ້າງ.
-
ວັນພັກ
ສໍາລັບຄົນເຮັດວຽກເຮືອນແບບໄປກັບ ນາຍຈ້າງສ່ວນໃຫຍ່ຈະໃຫ້ພັກໃນວັນພັກທາງລັດຖະການ ຕາມປະຕິທິນ ໃນຂະນະທີ່ແບບປະຈໍາແມ່ນໄດ້ຮັບວັນພັກ 8 – 10 ວັນ ໃນໜຶ່ງປີ ແຕ່ກໍ ຂຶ້ນກັບການຕົກລົງໃນສັນຍາ:
-
ການຂໍໃບອະນຸຍາດເຮັດວຽກ (work-permit) ແລະ ວີຊາ ສໍາລັບຄົນຕ່າງປະເທດ?
ຄົນເຮັດວຽກຄົນພະມ້າ ຫຼື ສັນຊາດອື່ນໆ ສາມາດຈ້າງບໍລິສັດໃຫ້ບໍລິການແລ່ນວີຊາ ຂໍໃບອະນຸຍາດເຮັດວຽກ (work-permit) ແລະ ວີຊາ ເຊິ່ງຄ່າໃຊ້ຈ່າຍແມ່ນຜູ້ກ່ຽວຮັບຜິດຊອບເອງ.
-
ປະກັນໄພສໍາລັບຄົນເຮັດວຽກເຮືອນ/ເອື້ອຍລ້ຽງເດັກນ້ອຍ
ຫາກນາຍຈ້າງຕ້ອງການເຮັດປະກັນໄພໃຫ້ ຄົນເຮັດວຽກເຮືອນ ຫຼື ເອື້ອຍລ້ຽງເດັກນ້ອຍ ແມ່ນສາມາດຕິດຕໍ່ໂດຍກົງກັບບໍລິສັດທີ່ໃຫ້ບໍລິການປະກັນໄພໃນ ສປປ ລາວ.
-
ຄໍາແນະນໍາໃນການປະຕິບັດຕໍ່ຄົນເຮັດວຽກ
ຄໍາແນະນໍາໃນການປະຕິບັດຕໍ່ຜູ້ຊ່ວຍ ຄື 1. ຈ່າຍເງິນເດືອນທີ່ສົມເຫດສົມຜົນ 2. ບໍ່ຕັ້ງ ກົດເກນຫຼາຍເກີນໄປ 3. ໃຫ້ກໍາລັງໃຈໂດຍການຊົມເຊີຍ.
-
ນາຍຈ້າງຄວນຈ່າຍເງິນເດືອນສູງໆ ຫຼື ບໍ່?
ຄວາມຈິງແລ້ວການຈ່າຍເງິນເດືອນສູງເປັນຄວາມຄິດເຫັນສ່ວນບຸກຄົນ. ເຖິງຢ່າງໃດກໍຕາມ, ຢ່າລືມວ່າປະສົບການຂອງຄົນເຮັດວຽກມີຫຼາຍເທົ່າໃດຍ່ອມມີຜົນຕໍ່ເງິນເດືອນຂອງຄົນເຮັດວຽກຫຼາຍເທົ່ານັ້ນ. ຖ້າຫາກນາຍຈ້າງມີຜູ້ຊ່ວຍຢູ່ແລ້ວ ຢ່າລືມປະຕິບັດດີຕໍ່ຄົນເຮັດ ວຽກເພາະບາງຄັ້ງຜູ້ຊ່ວຍອາດຈະທໍ້ແທ້ ແລະ ບໍ່ມີຄວາມສຸກກັບເງິນເດືອນທີ່ໄດ້ຮັບ ແລະ ທ້າຍສຸດອາດຂໍລາອອກ ແລະ ທາງລູກຄ້າຈະເສຍເວລາໃນການຫາຄົນເຮັດວຽກໃໝ່.
-
ຄົນເຮັດວຽກສາມາດສອນ ຫຼື ຊ່ວຍໃນການເຮັດບົດຝຶກຫັດຂອງເດັກນ້ອຍໄດ້ບໍ່?
ທາງເຮົາບໍ່ຢາກໃຫ້ຄາດຫວັງວ່າຄົນເຮັດວຽກເຮືອນຈະສາມາດສອນເດັກນ້ອຍໄດ້ ທາງເຮົາແນະນໍາໃຫ້ຈ້າງຄູສອນທີ່ເປັນມືອາຊີບມາສອນລູກຫຼານຂອງທ່ານຈະດີກ່ວາ.
-
ຄົນເຮັດວຽກເຮືອນສາມາດເຮັດໜ້າທີ່ເປັນຜູ້ເບິ່ງແຍງຜູ້ສູງອາຍຸໄດ້ ຫຼື ບໍ່?
ຖ້າຫາກທາງລູກຄ້າມີຜູ້ສູງອາຍຸທີ່ຕ້ອງເບິ່ງແຍງໂດຍການໃຫ້ອາຫານທາງສາຍຢາງ ຫຼື ສີດຢາ ຕ້ອງແນ່ໃຈວ່າຄົນເຮັດວຽກເຮືອນເຄີຍມີປະສົບການທາງດ້ານນີ້ມາກ່ອນ. ຖ້າບໍ່ມີ ຈະຕ້ອງສອນໃຫ້ແມ່ບ້ານ ເພື່ອຮູ້ກ່ຽວກັບວຽກດັ່ງກ່າວ. ລູກຄ້າບໍ່ຄວນຄາດຫວັງວ່າແມ່ບ້ານ ທຸກຄົນທີ່ໄດ້ຮັບການສອນຈະສາມາດເຮັດໄດ້ໃນທຸກກໍລະນີ. ດັ່ງນັ້ນ, ລູກຄ້າອາດຈ້າງ ພະຍາບານສ່ວນຕົວ ຫຼື ຜູ້ຊ່ວຍທີ່ໄດ້ຮັບການຮັບຮອງທາງດ້ານວິຊາຊີບທາງການແພດ.
Contact Us
ติดต่อเรา