FAQ

1. ເຫດຜົນທີ່່ໃຊ້ບໍລິການຂອງພວກເຮົາ?

ການທີ່ມີບໍລິສັດ (ຄົນເຮັດວຽກເຮືອນ, ເອື້ອຍລ້ຽງເດັກນ້ອຍ, ແລະ  ຄົນເບິ່ງແຍງຜູ້ ສູງອາຍ) ທີ່ມີຊື່ສຽງ ແລະ ໄວ້ໃຈໄດ້ເປັນສິ່ງສໍາຄັນທີ່ຊ່ວຍໃຫ້ການຫາຄົນເຮັດວຽກເຮືອນ ແລະ ຜູ້ຊ່ວຍທ່ານໄດ້ເປັນຢ່າງດີ. ແຄທູຄຣີນ-ອະຍະສັນລາວ (Care2Clean-AyasanLaos) ສ້າງຕັ້ງຂຶ້ນໃນຕົ້ນປີ 2018 ໂດຍເປັນ ສາຂາຂອງບໍລິສັດອະຍະສັນ ທີ່ເປັນບໍລິສັດ ຍີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນໃນປີ 2013 ແລະ ໃຫ້ບໍລິການລູກຄ້າບໍ່ຕໍ່າກວ່າ 3,000 ທ່ານ ແລະ ຜູ້ສະໝັກວຽກປະມານ 10,000 ຄົນ. ນອກຈາກນັ້ນ, ອະຍະສັນຍັງໃຫ້ບໍລິການແກ່ອົງການໃຫຍ່ໆ ເຊັ່ນ: ອົງການສະຫະປະຊາຊາດ, ສະຖານທູດ ແລະ ບໍລິສັດເອກະຊົນທັງໃນປະເທດໄທ, ຫວຽດນາມ ແລະ ອິນໂດເນເຊຍ ແລະ ປະຈຸບັນ ເປີດໃຫ້ບໍລິການໃນ ສປປ ລາວ.

2. ສໍາລັບຜູ້ສະໝັກວຽກ?

ແຄທູຄຣີນ-ອະຍະສັນລາວ ມີການກວດສອບປະຫວັດຂອງຜູ້ສະໝັກວຽກທຸກຄົນ ໂດຍທີ່ຜູ້ສະໝັກວຽກຕ້ອງມາດ້ວຍຕົນເອງເທົ່ານັ້ນ ບໍ່ມີການຮັບສະໝັກອອກລາຍ ທາງເຮົາຈະເກັບເອກະສານ ບໍ່ວ່າຈະເປັນສໍາເນົາບັດປະຊາຊົນ, ສໍາມະໂນຄົວ, ວີຊາ ຫຼື ໃບອະນຸຍາດເຮັດວຽກ ເພື່ອຄວາມປອດໄພຂອງ ລູກຄ້າ.

3. ສໍາລັບການກວດປະຫວັດອາຊະຍາກໍາຂອງຄົນເຮັດວຽກ

ຫາກລູກຄ້າຕ້ອງການໃຫ້ທາງເຮົາດໍາເດີນການກວດປະຫວັດຄະດີອາຊະຍາກໍາຈາກສານໃຫ້ ຈະມີຄ່າດໍາເນີນການ 250,000 ກີບຕໍ່ຄົນ

4. ສາມາດສໍາພາດໄດ້ທາງໃດແນ່?

ລູກຄ້າສາມາດສໍາພາດໄດ້ທາງ 1. ສໍາພາດຢູ່ເຮືອນ 50,000 ກີບ ຕໍ່ຄັ້ງ 2. ສໍາພາດອອນລາຍ Whatsapp/Line /Facebook 3. ສໍາພາດທີ່ຫ້ອງການຂອງພວກເຮົາ 4. ທົດລອງວຽກແມ່ນ 25,000 ກີບຕໍ່ຊົ່ວໂມງ. ໃນກໍລະນີສໍາພາດຢູ່ເຮືອນທາງເຮົາສາມາດພາຜູ້ສະໝັກວຽກໃຫ້ສໍາພາດ ໄດ້ສູງສຸດ  3 ຄົນ ແລະ ໃນກໍລະນີໃຫ້ທົດລອງວຽກແມ່ນໄດ້ສູງສຸດ 3 ວັນ.  

5. ໄລຍະເວລາໃນການຈັດສໍາພາດ?

ປົກກະຕິຈະໃຊ້ເວລາປະມານ 1-3 ວັນ ຫຼັງຈາກທີ່ທາງເຮົາໄດ້ຮັບຂໍ້ມູນ/ການສະເໜີຈາກລູກຄ້າ.    

6. ໄລຍະເວລາທີ່ເໝາະສົມໃນການຈັດສໍາພາດ?

ທາງເຮົາແນະນໍາໃຫ້ລູກຄ້າສໍາພາດປະມານ 7-10 ວັນ ກ່ອນວັນທີ່ຈະເລີ່ມວຽກ. ເນື່ອງຈາກ, ​ຜູ້ສະໝັກວຽກສ່ວນໃຫຍ່ຈະບໍ່ລໍຖ້າວຽກ ຫຼື ອາດຈະໄດ້ວຽກຈາກບ່ອນອື່ນຫາກທາງລູກຄ້າສໍາພາດລ່ວງໜ້າດົນກວ່າ  10 ວັນຂຶ້ນໄປ. ໃນນີ້, ຖ້າລູກຄ້າສາມາດຈ່າຍເງິນເດືອນໃຫ້ກັບ ຜູ້ສະໝັກວຽກໄດ້ໃນໄລຍະເວລາທີ່ລໍຖ້າເລີ່ມເຮັດວຽກ ຜູ້ສະໝັກອາດຈະບໍ່ມີບັນຫາໃນການ ລໍຖ້າ ແຕ່ທາງເຮົາບໍ່ສາມາດຮັບປະກັນໃນສ່ວນນີ້ໄດ້.

7. ເງິນໂບນັດ?

ການຈ່າຍເງິນເດືອນແມ່ນຄວນຈ່າຍໃນທຸກໆທ້າຍເດືອນ ຫຼື ຕົ້ນເດືອນ ແລະ ຈ່າຍເດືອນລະຄັ້ງ.

8. ຄໍາຖາມໂດຍສ່ວນຫຼາຍໃນການສໍາພາດ?

ນາຍຈ້າງສ່ວນໃຫຍ່ຈະໃຫ້ເງິນໂບນັດໃນຊ່ວງທ້າຍປີ ຫຼື ປີໃໝ່ລາວ ແຕ່ເງື່ອນໄຂແມ່ນຂຶ້ນ ກັບການຕົກລົງຂອງນາຍຈ້າງ ແລະ ຄົນເຮັດວຽກ.

9. ທາງເຮົາມີຮ່າງສັນຍາໃຫ້ບໍ່?

ທາງເຮົາແນະນໍາໃຫ້ລູກຄ້າສອບຖາມກ່ຽວກັບປະສົບການ, ບຸກຄະລິກ, ແລະ ເຫດຜົນທີ່ອອກຈາກ ບ່ອນເຮັດວຽກເກົ່າ. ສ່ວນສໍາຄັນໃນການເລືອກຜູ້ສະໝັກວຽກໃຫ້ກົງກັບຄວາມຕ້ອງການ ຈະຂຶ້ນກັບບຸກຄະລິກລັກສະນະ ເຊິ່ງເຫັນໄດ້ຈາກສະຖິຕິວ່າ 80 ເປີເຊັນຂອງບັນຫາທີ່ ເກີດຂຶ້ນລະຫວ່າງນາຍຈ້າງ ແລະ ຄົນເຮັດວຽກ ບໍ່ແມ່ນຍ້ອນການເຮັດວຽກ ແຕ່ຍ້ອນ ບຸກຄະລິກນິໄສ.

10. ສໍາລັບຄ່າອາຫານ?

ທາງເຮົາມີຮ່າງສັນຍາເຊິ່ງເປັນສັນຍາລະຫວ່າງນາຍຈ້າງ ແລະ ລູກຈ້າງໂດຍກົງ ເຊິ່ງສາມາດດາວໂລດໄດ້ຈາກ:

Download Contract

11. ການກວດສຸຂະພາບ?

ສໍາລັບຄົນເຮັດວຽກຢູ່ປະຈໍາເຮືອນ ຄ່າກິນຢູ່ແມ່ນນາຍຈ້າງເປັນຜູ້ຮັບຜິດຊອບ ແຕ່ສໍາລັບຄົນເຮັດວຽກແບບໄປກັບໂດຍສ່ວນໃຫຍ່ ແມ່ນລູກຈ້າງຈະຮັບຜິດຊອບເອງ. ສະນັ້ນ, ຄ່າຈ້າງຂອງຄົນເຮັດວຽກແບບໄປກັບອາດຈະສູງກວ່າແບບປະຈໍາ.

12. ມີການຮັບປະກັນປ່ຽນຄົນໃຫ້ ຫຼື ບໍ່?

ຖ້າຫາກລູກຄ້າຕ້ອງການໃຫ້ຄົນເຮັດວຽກກວດສຸຂະພາບລູກຄ້າສາມາດແຈ້ງກັບຜູ້ກ່ຽວໄດ້ ເຊິ່ງ ຈະໃຊ້ເວລາປະມານ 1 ວັນ ແລະ ຄ່າໃຊ້ຈ່າຍປະມານ 250,000-400,000 ກີບ ໂດຍສ່ວນໃຫຍ່ລູກຄ້າ ຈະເປັນຜູ້ຮັບຜິດຊອບດ້ານຄ່າໃຊ້ຈ່າຍ.

Download Contracts

13. ຂອບເຂດຄວາມຮັບຜິດຊອບ

ທາງເຮົາມີການຮັບປະກັນປ່ຽນຄົນໃຫ້ໂດຍບໍ່ມີຄ່າໃຊ້ຈ່າຍໃດໆເພີ່ມເຕີມ ຈໍານວນ 3 ຄັ້ງໃນໄລຍະ 6 ເດືອນທໍາອິດຂອງສັນຍາ.

14. ເງິນເດືອນຂອງຄົນເຮັດວຽກ

ທາງເຮົາບໍ່ມີຄວາມຮັບຜິດຊອບໃດໆ ຫາກເກີດບັນຫາລະຫວ່າງນາຍຈ້າງ ແລະ ລູກຈ້າງ ແຕ່ຖ້າຫາກມີບັນຫາເກີດຂຶ້ນ ທາງເຮົາຈະປ່ຽນຄົນເຮັດວຽກໃໝ່ໃຫ້ຕາມທີ່ລະບຸໄວ້ຂ້າງເທິງ. ໃນນີ້, ທ່ານ ສາມາດກວດສອບຂໍ້ຈໍາກັດຄວາມຮັບຜິດຊອບໄດ້ທີ່:

 Limitation of Liability

15. ການຈ່າຍເງິນເດືອນ

ເງິນເດືອນຂອງຄົນເຮັດວຽກແມ່ນຈະຂຶ້ນກັບຄວາມສາມາດ ແລະ ລັກສະນະຂອງວຽກ ເຊິ່ງສາມາດເບິ່ງໄດ້ທີ່: Price and Process Page

16. ຄ່າລ່ວງເວລາ

ຄ່າລ່ວງເວລາສໍາລັບຄົນເຮັດວຽກແບບບໍ່ຢູ່ປະຈໍາ ຫຼື ໄປກັບ ແມ່ນ 25,000 ກີບ ຕໍ່ຊົ່ວໂມງ ແຕ່ກໍຂຶ້ນກັບການຕົກລົງຂອງນາຍຈ້າງ ແລະ ລູກຈ້າງ.

17. ວັນພັກ

ສໍາລັບຄົນເຮັດວຽກເຮືອນແບບໄປກັບ ນາຍຈ້າງສ່ວນໃຫຍ່ຈະໃຫ້ພັກໃນວັນພັກທາງລັດຖະການ ຕາມປະຕິທິນ ໃນຂະນະທີ່ແບບປະຈໍາແມ່ນໄດ້ຮັບວັນພັກ 8 – 10 ວັນ ໃນໜຶ່ງປີ ແຕ່ກໍ ຂຶ້ນກັບການຕົກລົງໃນສັນຍາ:

Download Contract

18. ການຂໍໃບອະນຸຍາດເຮັດວຽກ (work-permit) ແລະ ວີຊາ ສໍາລັບຄົນຕ່າງປະເທດ?

ຄົນເຮັດວຽກຄົນພະມ້າ ຫຼື ສັນຊາດອື່ນໆ ສາມາດຈ້າງບໍລິສັດໃຫ້ບໍລິການແລ່ນວີຊາ ຂໍໃບອະນຸຍາດເຮັດວຽກ  (work-permit) ແລະ ວີຊາ ເຊິ່ງຄ່າໃຊ້ຈ່າຍແມ່ນຜູ້ກ່ຽວຮັບຜິດຊອບເອງ.

19. ປະກັນໄພສໍາລັບຄົນເຮັດວຽກເຮືອນ/ເອື້ອຍລ້ຽງເດັກນ້ອຍ

ຫາກນາຍຈ້າງຕ້ອງການເຮັດປະກັນໄພໃຫ້ ຄົນເຮັດວຽກເຮືອນ ຫຼື ເອື້ອຍລ້ຽງເດັກນ້ອຍ ແມ່ນສາມາດຕິດຕໍ່ໂດຍກົງກັບບໍລິສັດທີ່ໃຫ້ບໍລິການປະກັນໄພໃນ ສປປ ລາວ.

20. ຄໍາແນະນໍາໃນການປະຕິບັດຕໍ່ຄົນເຮັດວຽກ

ຄໍາແນະນໍາໃນການປະຕິບັດຕໍ່ຜູ້ຊ່ວຍ ຄື 1. ຈ່າຍເງິນເດືອນທີ່ສົມເຫດສົມຜົນ 2. ບໍ່ຕັ້ງ ກົດເກນຫຼາຍເກີນໄປ 3. ໃຫ້ກໍາລັງໃຈໂດຍການຊົມເຊີຍ.

21. ນາຍຈ້າງຄວນຈ່າຍເງິນເດືອນສູງໆ ຫຼື ບໍ່?

ຄວາມຈິງແລ້ວການຈ່າຍເງິນເດືອນສູງເປັນຄວາມຄິດເຫັນສ່ວນບຸກຄົນ. ເຖິງຢ່າງໃດກໍຕາມ, ຢ່າລືມວ່າປະສົບການຂອງຄົນເຮັດວຽກມີຫຼາຍເທົ່າໃດຍ່ອມມີຜົນຕໍ່ເງິນເດືອນຂອງຄົນເຮັດວຽກຫຼາຍເທົ່ານັ້ນ. ຖ້າຫາກນາຍຈ້າງມີຜູ້ຊ່ວຍຢູ່ແລ້ວ ຢ່າລືມປະຕິບັດດີຕໍ່ຄົນເຮັດ ວຽກເພາະບາງຄັ້ງຜູ້ຊ່ວຍອາດຈະທໍ້ແທ້ ແລະ ບໍ່ມີຄວາມສຸກກັບເງິນເດືອນທີ່ໄດ້ຮັບ ແລະ ທ້າຍສຸດອາດຂໍລາອອກ ແລະ ທາງລູກຄ້າຈະເສຍເວລາໃນການຫາຄົນເຮັດວຽກໃໝ່.

22. ຄົນເຮັດວຽກສາມາດສອນ ຫຼື ຊ່ວຍໃນການເຮັດບົດຝຶກຫັດຂອງເດັກນ້ອຍໄດ້ບໍ່?

ທາງເຮົາບໍ່ຢາກໃຫ້ຄາດຫວັງວ່າຄົນເຮັດວຽກເຮືອນຈະສາມາດສອນເດັກນ້ອຍໄດ້ ທາງເຮົາແນະນໍາໃຫ້ຈ້າງຄູສອນທີ່ເປັນມືອາຊີບມາສອນລູກຫຼານຂອງທ່ານຈະດີກ່ວາ.

23. ຄົນເຮັດວຽກເຮືອນສາມາດເຮັດໜ້າທີ່ເປັນຜູ້ເບິ່ງແຍງຜູ້ສູງອາຍຸໄດ້ ຫຼື ບໍ່?

ຖ້າຫາກທາງລູກຄ້າມີຜູ້ສູງອາຍຸທີ່ຕ້ອງເບິ່ງແຍງໂດຍການໃຫ້ອາຫານທາງສາຍຢາງ ຫຼື ສີດຢາ ຕ້ອງແນ່ໃຈວ່າຄົນເຮັດວຽກເຮືອນເຄີຍມີປະສົບການທາງດ້ານນີ້ມາກ່ອນ. ຖ້າບໍ່ມີ ຈະຕ້ອງສອນໃຫ້ແມ່ບ້ານ ເພື່ອຮູ້ກ່ຽວກັບວຽກດັ່ງກ່າວ. ລູກຄ້າບໍ່ຄວນຄາດຫວັງວ່າແມ່ບ້ານ ທຸກຄົນທີ່ໄດ້ຮັບການສອນຈະສາມາດເຮັດໄດ້ໃນທຸກກໍລະນີ. ດັ່ງນັ້ນ, ລູກຄ້າອາດຈ້າງ ພະຍາບານສ່ວນຕົວ ຫຼື ຜູ້ຊ່ວຍທີ່ໄດ້ຮັບການຮັບຮອງທາງດ້ານວິຊາຊີບທາງການແພດ.